ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງ ແລະ ຮັບຮອງເອົາຄະນະພັກ 2 ກົມກອງ


     ໃນວັນທີ 12 ທັນວາ 2023, ຢູ່ທີ່ໂຮງໝໍສູນກາງ 103 ກອງທັບ, ກົມໃຫຍ່ພະລາທິການກອງທັບ ໄດ້ປະກາດການແຕ່ງຕັ້ງ ແລະ
ຮັບຮອງເອົາຄະນະພັກ ໂຮງໝໍສູນກາງ 103 ກອງທັບ ແລະ ຄະນະພັກ ວິທະຍາຄານການແພດກອງທັບ ສະໄໝທີ II, ໂດຍການເປັນ
ປະທານຂອງ ສະຫາຍ ພົນຕີ ຄຳເພັດ ສີຊານົນ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກອົງການກົມໃຫຍ່,
ຫົວໜ້າ ກົມໃຫຍ່ພະລາທິການກອງທັບ, ມີຜູ້ຕາງໜ້າພະແນກຈັດຕັ້ງພັກ, ຄະນະພັກ-ຄະນະບັນຊາ ແລະ ສະມາຊິກພັກທັງສອງກົມກອງ
ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ກຳມະການຄະນະພັກອົງການກົມໃຫຍ່, ຫົວໜ້າ ຫ້ອງການເມືອງກົມໃຫຍ່ພະລາທິການ
ກອງທັບ ໄດ້ຜ່ານມະຕິຕົກລົງຂອງຄະນະພັກອົງການກົມໃຫຍ່ ພະລາທິການກອງທັບ ວ່າດ້ວຍການແຕ່ງຕັ້ງ ແລະ ຮັບຮອງເອົາຄະນະພັກ
ໂຮງໝໍສູນກາງ 103 ກອງທັບ ແລະ ຄະນະພັກ ວິທະຍາຄານການແພດກອງທັບ. ອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ
ວ່າດ້ວຍການພິຈາລະນາ ແລະ ອະນຸມັດຮັບຮອງເອົາຜົນສຳເລັດກອງປະຊຸມໃຫຍ່ຂອງຄະນະພັກ ໂຮງໝໍສູນກາງ 103 ກອງທັບ ແລະ ຄະ
ນະພັກວິທະຍາຄານການແພດກອງທັບ. ຄະນະພັກອົງການ ກົມໃຫຍພະລາທິການກອງທັບ ຕົກລົງແຕ່ງຕັ້ງ ແລະ ຮັບຮອງເອົາຄະນະພັກ
ໂຮງໝໍສູນກາງ 103 ກອງທັບ ສະໄໝທີ II ມີ 11 ສະຫາຍ ຄື: ສະຫາຍ ພັນເອກ ນາງ ມາລີວອນ ສຸລິຍະແສງ ເປັນເລຂາ ຄະນະພັກ, ສະ
ຫາຍ ພັນເອກ ສະແຫວງໄຊ ດາລາສາດ ເປັນຮອງເລຂາຄະນະພັກ, ສະຫາຍ ພັນເອກ ໄພວັນ ໄຊພູບານ, ສະຫາຍ ພັນເອກ ນາງ ຄອນວິ
ໄລ ຂີນທະວົງ, ສະຫາຍ ພັນເອກ ປານ ພິລາວົງ, ສະຫາຍ ພັນເອກ ນາງ ອຳພອນ ພົມມະທາ, ສະຫາຍ ພັນເອກ ຄຳໄມ ບົວໃບອ່ອນ, ສະ
ຫາຍ ພັນໂທ ພອນປະເສີດ ສຸວັນນະລາດ, ສະຫາຍ ພັນເອກ ວຽງພັນ ບຸນພະນຸໄຊ, ສະຫາຍ ພັນໂທ ພູໂຂງ ແພງ ຄຳກີບ ແລະ ສະຫາຍ
ພັນໂທ ນາງ ມະໄລທອງ ບຸດຕາ ເປັນກຳມະການ; ຮັບຮອງເອົາ ຄະນະພັກ ວິທະຍາຄານການແພດກອງທັບ ສະໄໝທີ II ມີ 11 ສະຫາຍ
ຄື: ສະຫາຍ ພົນຈັດຕະວາ ສຸລິວົງ ລັດວິໄລ ເປັນເລຂາຄະນະພັກ, ສະຫາຍ ພົນຈັດຕະວາ ຈັນສະໝອນ ມະຫາວົງ ເປັນຮອງເລຂາຄະນະ
ພັກ, ສະຫາຍ ພັນເອກ ກິ່ງແກ້ວ ແສງຄຳຢອງ, ສະຫາຍ ພັນໂທ ສີສຸບັນ ທິປະພັນ, ສະຫາຍ ພັນເອກ ຈັນພອນ ພົນຫາວົງ, ສະຫາຍ ພັນ
ໂທ ບຸນຍູ້ ແກ້ວຈະເລີນ, ສະຫາຍ ພັນໂທ ເອກສະໝອນ ຈັນດາວົງ, ສະຫາຍ ພັນໂທ ພອນປະເສີດ ຫຼວງສະລາດ, ສະຫາຍ ພັນໂທ ຄຳ
ພັກ ແດນພະເພັງ, ສະຫາຍ ພັນໂທ ບຸນຍູ້ ໄພວິສັດ ແລະ ສະຫາຍ ພັນໂທ ບຸນເລີດ ໄຊຍະແສງ ເປັນກຳມະການ.

     ໂອກາດນີ້, ສະຫາຍ ພົນຕີ ຄຳເພັດ ສີຊານົນ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະພັກຊຸດໃໝ່ ພ້ອມດ້ວຍພະນັກງານ, ສະມາຊິກພັກ
ທັງສອງກົມກອງ ແລະ ເນັ້ນໜັກໃຫ້ເອົາໃຈໃສ່ຖືເອົາວຽກງານການເມືອງ-ນຳພາແນວຄິດເປັນວຽກງານແຖວໜ້າ ເພື່ອສຶກສາອົບຮົມໃຫ້ພະ
ນັກງານ
-ນັກຮົບ, ເຊື່ອມຊຶມ, ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ກໍຄືປະຊາຊົນລາວ ບັນດາເຜົ່າ,
ມີຄວາມສາມັກຄີພາຍໃນພາຍນອກ, ຍົກສູງສະຕິລະວັງຕົວ ແລະ ຮູ້ຈຳແນກມິດ, ສັດຕູຈະແຈ້ງ, ມີຄວາມອົດທົນຜ່ານຜ່າທຸກຂໍ້ຫຍຸ້ງຍາກ
ນານາປະການ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບ, ສ້າງໃຫ້ກົມ
ກອງເປັນກອງປອດໃສ ປອດໄພ ປອດຄະດີ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຂະບວນການສ້າງນັກຮົບວັດທະນະທຳກອງວັດທະ
ນະທຳ, ເຊີດຊູນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ນັບມື້ດີຂຶ້ນເປັນກ້າວໆ.

ແຫຼ່ງຂ່າວໂດຍ ໂຊກທະວີ ແກ້ວບຸດຕະລາດ
ວັນທີ 19/12/2023